ການຊຳລະເງິນຄ່າລະບົບ

ການຊຳລະເງິນຄ່າລະບົບ

1. ກົດໃສ່ເມນູ ຮູບບັດເຄດິດ ຈາກນັ້ນກົດ CUSTOM ເລືອກຕາມຄວາມຕ້ອງການ

  • CUSTOM: ເໝາະສຳລັບທຸລະກິດທີ່ຕ້ອງການນຳໃຊ້ຟັງຊັນບາງສ່ວນຂອງ ບັນຊີ.la ຫຼື ຕິດຕໍ່ທີມງານເພື່ອພັດທະນາໃຫ້ສະເພາະຂອງອົງກອນທ່ານ

2. ຫຼັງຈາກນັ້ນເລືອກ ໄລຍະການນຳໃຊ້ຜູ້ໃຊ້ ແລະ ເລືອກຟັງຊັນ ຕາມຄວາມຕ້ອງການ ເປີດໃຊ້ງານ ເມນູການໃຊ້ງານໃຫ້ເລືອກໃຊ້  ( ແຕ່ລະເມນູຈະມີ ຄ່າບໍລິການທີ່ບໍ່ເທົ່າກັນ ) ສາມາດກວດສອບການລາຍການກ່ອນໃນຫ້ອງ ການສະໝັກນຳໃຊ້

  • ໄລຍະເວລາການນຳໃຊ້ : ເລືອກໄລຍະເວລາທີ່ຕ້ອງການໍາໃຊ້ ( ເດືອນ ) 
  • ຜູ້ໃຊ້ : ການເພີ່ມຜູ້ໃຊ້ງານເບື້ອງຕົ້ນລະບົບຈະໃຫ້ສິດ 3 ຜູ້ໃຊ້ງານ, ຖ້າຕ້ອງການເພີ່ມຜູ້ໃຊ້ ໃຫ້ກົດຕາມຄວາມຕ້ອງການ
  • ການຕິດຕາມ ລາຍຮັບ-ລາຍຈ່າຍ : 

        - ລາຍຮັບ, ໃບເກັບເງິນ, ລູກຄ້າ ແລະ ລາຍງານສະຫຼຸບລາຍຮັບ

        - ລາຍຈ່າຍ, ໃບສັ່ງຈ່າຍ, ຜູ້ສະໜອງ ແລະ ລາຍງານສະຫຼຸບລາຍຈ່າຍ

        - ຊັບສິນບັນຊີໝູນວຽນ (ເງິນ), ການໂອນເງິນ, ສະຫຼຸບທຸລະກຳການເງິນ ແລະ ສະຫຼຸບບັນຊີໝູນວຽນ (ເງິນ)

  • ການຕິດຕາມ ເງິນເດືອນ : 

        - ພະນັກງານ, ພະແນກ, ຜົນປະໂຫຍດ ແລະ ເງິນເດືອນ

        - ລາຍງານເຊື່ອມຕໍ່ກັບ TaxRIS, ລາຍງານມອບຈ່າຍ ປະກັນສັງຄົມ ແລະ ລາຍງານສະຫຼຸບເງິນເດືອນ

  • ການຕິດຕາມ ສາງ : 

        - ສາງ, ສິນຄ້າ, ຫົວໜ່ວຍ, ການເກັບກັບສິນຄ້າ, ການເຄື່ອນຍ້າຍສິນຄ້າ ແລະ ການຜະລິດ

        - ລາຍງານສະຫຼູບສິນຄ້າ, ສະຫຼູບສິນຄ້າໝົດອາຍຸ ແລະ ສະຫຼູບການເຄື່ອນຍ້າຍ

  • ການບັນຊີຄູ່ :

        - ເລກລະຫັດບັນຊີ, ຍອດຍົກມາ, ບັນຊີປະຈຳວັນ, ການປັບປຸງ, ແລະ ການປິດບັນຊີ

        - ປື້ມບັນຊີປະຈຳວັນ, ບັນຊີໃຫ່ຍແຍກປະເພດ ແລະ ປຶ້ມຕິດຕາມເງິນສົດ

        - ຕາຕະລາງຕິດຕາມສິນຄ້າຄ້າງສາງ, ຕາຕະລາງຕິດຕາມການຜະລິດ ແລະ ຕາຕະລາງຫັກຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ່

        - ໃບດຸ່ນດ່ຽງ, ໃບດຸນດ່ຽງພາຍຫຼັງການສ້າງໃບລາຍງານຜົນການດຳເນີນງານ, ໃບສັ່ງລວມລາຍຮັບ-ລາຍຈ່າຍ, ໃບລາຍງານຜົນການດຳເນິນງານ, ໃບລາຍງານຖານະການເງິນບລາຍງານກະແສເງິນສົດ ແລະ ໃບລາຍງານສ່ວນປ່ຽນແປງທຶນ

  • ການບັນຊີຮູບແບບເງິນສົດ :

        - ປື້ມບັນຊີປະຈຳວັນ, ປຶ້ມຕິດຕາມບັນຊີ ແລະ ໃບລາຍງານການຮັບ-ຈ່າຍເງິນສົດ

        - ປື້ມຕິດຕາມຊັບສົມບັດຄົງທີ່, ປື້ມຕິດຕາມເຄື່ອງໃນສາງ, ປື້ມຕິດຕາມໜີ້ຕ້ອງຮັບ ແລະ ປື້ມຕິດຕາມໜີ້ຕ້ອງສົ່ງ

  • ໃບເກັບເງິນ ອາກອນມູນຄ່າເພີ່ມ ( ສຳລັບລູກຄ້າທີ່ຕ້ອງການນຳໃຊ້ ໃບບິນອມພ ຕ້ອງໄປແລ່ນໃບອານຸຍາດ ) : 

        - ສຳລັບການນຳໃຊ້ລະບົບ ອມພ

        - ໃບເກັບເງິນ ອມພ, ລູກຄ້າ, ສາງ (ແບບພື້ນຖານ) ແລະ ລາຍງານສະຫຼຸບລາຍຮັບ

        - ຕາຕະລາງ ສະຫຼຸບໃບເກັບເງິນ ອມພ (ສົ້ນເຂົ້າ/ສົ້ນອອກ)


3. ຈາກນັ້ນກົດ ຊຳລະຄ່າບໍລິການຜ່ານ BCEL OnePay


    4. ຂັ້ນຕອນຕໍ່ໄປແມ່ນການ ຈ່າຍໂອນຈ່າຍຄ່າລະບົບ



    ຄຳຕອບນີ້ຊ່ວຍແກ້ບັນຫາເຈົ້າບໍ?