ການສ້າງໃບບິນໃຫ້ລູກຄ້າ
ສາມາດຮ່າງຂໍ້ມູນພຽງຄັ້ງດຽວ ເພື່ອສ້າງໃບບິນໄດ້ 4 ຮູບແບບຄື:
1. ໃບສະເໜີລາຄາ (Quotation)
2. ໃບເກັບເງິນ (Invoice)
3. ໃບເກັບເງິນອາກອນມູນຄ່າເພີ່ມ (VAT Invoice)
4. ໃບຮັບເງິນ (Receipt)
ໃນເມນູຫຼັກ ລາຍຮັບ > ໃບເກັບເງິນ

ຂັ້ນຕອນການສ້າງໃບບິນ:
1. ໃບສະເໜີລາຄາ (Quotation)
ລາຍຮັບ > ກົດ
ຊ່ອງໃບເກັບເງິນ, ຫຼື ກົດເພິ່ມໃບເກັບເງິນໃໝ່, ແລ້ວຕື່ມຂໍ້ມູນທີ່ຕ້ອງການສະແດງໃນໃບບິນ


1). ເລືອກລູກຄ້າ ຫຼື ກົດ
ເພີ່ມຂໍ້ມູນລູກຄ້າໃໝ່
2). ເລືອກປະເພດຂອງໃບບິນທີ່ສ້າງ ຫຼື ກົດ
ເພີ່ມປະເພດໃໝ່

3). ເພີ່ມລາຍການທີ່ຕ້ອງການສະແດງ, ຈຳນວນ (ຫົວໜ່ວຍ), ລາຄາ, ສ່ວນຫຼຸດ (ຖ້າມີ) ແລະ ເລືອກອາກອນ.
ສາມາດກົດໃສ່
ເພື່ອເລືອກລາຍການສິນຄ້າຈາກຟັ່ງຊັ້ນ "ສາງ"
4). ຕື່ມຂໍ້ມູນຄົບແລ້ວ "ບັນທິກ" ແລ້ວພິມໃບສະເໜີລາຄາໄດ້ເລີຍ ຫຼື ປ່ຽນເປັນໃບເກັບເງິນ (ເພື່ອຕິດຕາມໜີ້ຕ້ອງຮັບພ້ອມ)
2. ໃບເກັບເງິນ (Invoice)
ປ່ຽນສະຖານະຈາກໃບສະເໜີລາຄາ ເປັນໃບເກັບເງີນ ເພື່ອຕິດຕາມໜີ້ຕ້ອງຮັບຈາກລູກຄ້າ

ຫຼັງຈາກໄດ້ໃບເກັບເງິນແລ້ວ ລະບົບຈະລົງການບັນຊີໃຫ້ແບບອັດຕະໂນມັດພ້ອມລິ້ງໄປຫາປຶ້ມບັນຊີປະຈຳວັນ ແລະ ບົດລາຍງານການບັນຊີຕ່າງໆ. ຍັງສາມາດເຂົ້າເບິ່ງລາຍງານໜີ້ຕ້ອງຮັບໄດ້ຢູ່ ສະຫຼຸບໜີ້ຕ້ອງຮັບ ແລະ ສະຫຼຸບລາຍຮັບຕາມລູກຄ້າ

3. ໃບເກັບເງິນອາກອນມູນຄ່າເພີ່ມ (VAT Invoice)
ການສ້າງໃບອາກອນມູນຄ່າເພີ່ມ (ອມພ) ແມ່ນການສ້າງໃບເກັບເງິນທີ່ຖືກຮັບຮອງຈາກທາງສ່ວຍສາອາກອນ ເຊິ່ງຫຼັງກົດສ້າງແລ້ວລະບົບຈະສົ່ງຂໍ້ມູນໃນໃບເກັບເງິນນີ້ໄປຫາທາງສ່ວຍສາອາກອນ ຫຼື ເອີ້ນວ່າລະບົບ TaxRIS ແລະ ຈະບໍ່ສາມາດແກ້ໄຂໃບເກັບເງິນນີ້ໄດ້, ຈະຕ້ອງຍົກເລິກແລ້ວສ້າງໃບໃໝ່ຂຶ້ນມາເທົ່ານັ້ນ "ການຍົກເລິກໃບ ອມພ ແມ່ນບໍ່ໃຫ້ເກິນວັນທິ 20 ຂອງເດືອນຖັດໄປ"
- ສາມາດຕັ້ງຄ່າໃຫ້ປຸ່ມສ້າງໃບເກັບເງິນອາກອນມູນຄ່າເພີ່ມສະແດງກ່ອນ ຫຼື ຫຼັງຮັບເງິນກໍໄດ້

ແຕ່ກ່ອນຈະກົດສ້າງໃບ ອມພ ຄວນກວດເບິ່ງແບບຕົວຢ່າງກ່ອນເພື່ອໃຫ້ແນ່ໃຈວ່າໃສ່ຂໍ້ມູນໄດ້ຖືກຕ້ອງແລ້ວ

- ວິທີສ້າງໃບເກັບເງິນ ອມພ 3 ສີ
- ວິທີດາວໂຫຼດໃບຫຼຸດໜີ້ (ບິນຍົກເລິກໃບເກັບເງິນອາກອນມູນຄ່າເພີ່ມ)
4. ໃບຮັບເງິນ (Receipt)
ຫຼັງຈາກໄດ້ຮັບການຊຳລະແລ້ວຈະຕ້ອງມາລົງບັນທຶກມູນຄ່າ (ໃນກໍລະນີຊຳລະແບບເປັນງວດ ສາມາດລະບຸມູນຄ່າຕົວຈິງທີ່ໄດ້ຮັບ ເພື່ອຕິດຕາມຍອດຄົງເຫຼືອ), ວັນທີ, ບັນຊີ, ເພື່ອສ້າງໃບຮັບເງິນ.

ຈາກນັ້ນຕື່ມຂໍ້ມູນການຮັບເງິນແລ້ວກົດບັນທຶຶກ
- ບັນຊີ: ຕ້ອງເພີ່ມຢູ່ ຊັບສິນໝູນວຽນ(ເງິນ)
- ເລກທີການອ້າງອີງ: ໃສ່ເພື່ອສົມທຽບກັບບັນຊີທະນາຄານໃນຟັ່ງຊັ້ນ ສະຫຼຸບທຸລະກຳການເງິນ

ສຳເລັດການຮັບເງິນແລ້ວ ສາມາດພິມໃບຮັບເງິນເພື່ອສົ່ງຍືນຍັນໃຫ້ລູກຄ້າໄດ້ເລີຍ.
ວິດີໂອແນະນຳການອອກໃບເກັບເງິນ
- ຈົບຂັ້ນການສ້າງໃບບິນ -