ສະຖານທີ່ເກັບຮັກສາສິນຄ້າ
ສຳລັບທຸກລະກິດການຄ້າທີ່ຕ້ອງມີສາງສິນຄ້າເພື່ອເປັນສະຖານທີ່ຈັດເກັບສິນຄ້າຄົງຄັງ ກ່ອນຈະນຳໄປແຈກຢາຍ ຫຼື ນຳໄປຈັດຈຳໜ່າຍ, ສາງມີໜ້າທີ່ໃນການຮອງຮັບການເກັບຮັກສາສິນຄ້າໃຫ້ປອດໄພ ແລະ ທີ່ເປັນລະບຽບ ໃນການກະກຽມສຳລັບການຂົນສົ່ງ.
ຖ້າຕ້ອງການໃຊ້ງານພຽງສາງດຽວ ໃນລະບົບຈະມີ "ສາງຫຼັກ" ມາໃຫ້ແລ້ວ ໂດຍບໍ່ຈຳເປັນຕ້ອງສ້າງເພີ່ມ.
ຂັ້ນຕອນການເພີ່ມສາງ:
1. ສາງ > ສາງ, ກົດແກ້ໄຂເພື່ອປ່ຽນຊື່ສາງ ຫຼື ກົດເພີ່ມສາງໃໝ່
2. ເພີ່ມສາງໃໝ່, ໃສ່ຊື່ສາງຕາມທີ່ຕ້ອງການ ແລ້ວກົດບັນທຶກ
• ສາມາດເພີ່ມສາງໄດ້ບໍ່ຈຳກັດ
• ຖ້າມີການເຄື່ອນໄຫວສິນຄ້າທີ່ຢູ່ໃນສາງນັ້ນແລ້ວຈະບໍ່ສາມາດລົບສາງອອກໄດ້ ແຕ່ສາມາດປິດການໃຊ້ງານເພື່ອບໍ່ໃຫ້ສະແດງອີກ
• ຫຼັງຈາກເພີ່ມສາງແລ້ວ ໃຫ້ເຂົ້າໄປ ສິນຄ້າ/ການບໍລິການ ເພື່ອບັນທຶກສິນຄ້າທັງໝົດທີ່ກ່ຽວຂ້ອງກັບທຸລະກິດ.
ວິດີໂອ:
1. ວິທີເພີ່ມສາງ ສິນຄ້າ https://youtu.be/G8p0Pz6LzlM?si=TifQM1vvRBpeF9pR
2. ວິທີການຊື້ ແລະ ຂາຍສິນຄ້າ ທີ່ພົວພັນກັບ ສາງ https://youtu.be/Y7U2sc1tT7A?si=WqIGu3Q8qxvwI-3g