ການເພີ່ມຜູ້ໃຊ້ງານ
ໃນລະບົບສາມາດເພີ່ມຜູ້ໃຊ້ ແລະ ກຳນົດໜ້າທີ່/ການອານຸຍາດຕ່າງໆທີ່ຈຳເປັນໄດ້ ເພື່ອຈຳກັດການເຂົ້າ ເຖິງຂໍ້ມູນ ແລະ ຕິດຕາມການເຄື່ອນໄຫວຂອງຜູ້ໃຊ້ນັ້ນໆ. ໃນຕົວຢ່າງນີ້ຈະໃຊ້ຜູ້ໃຊ້ທີ່ເປັນ Manager ເຊິ່ງມີສິດ ໃຫຍ່ສຸດໃນລະບົບ
1. ໃຫ້ກົດໃສ່ເມນູ ການຕັ້ງຄ່າ ແລ້ວເລືອກ ຜູ້ໃຊ້
2. ຫຼັງຈາກນັ້ນກົດໃສ່ ເພີ່ມຜູ້ໃຊ້ໃໜ່
3. ໃສ່ ອີເມວທີ່ຕ້ອງການເພີ່ມ ແລ້ວກົດໃສ່ ເພີ່ມ ແລະ ປ້ອນຂໍ້ມູນຂອງຜູ້ໃຊ້ໃໜ່ ກົດບັນທຶກ
ໝາຍເຫດ: ຫ້ອງແບບຟອມທີ່ມີເຄື່ອງໝາຍ( * ) ແມ່ນລະບົບບັງຄັບໃຫ້ໃສ່ຂໍ້ມູນ
- ຊື່ : ໜາຍເຖິງ ຊື່ ຊື່ຜູ້ໃຊ້ງານທີ່ຈະສະແດງໃນລະບົບ
- ອີເມວ : ໜາຍເຖິງ ອີເມວຂອງຜູ້ໃຊ້ງານ
- ລະຫັດຜ່ານ : ໜາຍເຖິງ ລະຫັດທີ່ໃຊ້ລ໋ອກອິນເຂົ້າລະບົບ ( ຕົວຢ່າງລະຫັດ ຕ້ອງມີຕົວເລກ ແລະ ຕົວໜັງສືພາສາອັງກິດນ້ອຍ ທັງໜົດລວມກັນ 8 ໂຕຂື້ນໄປ ( b1230385 ຫລື dkor1234 ຫລື bansi11la )
- ເບີໂທລະສັບ : ໜາຍເຖິງ ເລກເບີໂທລະສັບຂອງຜູ້ໃຊ້ງານ
- ພາສາ : ໜາຍເຖິງ ພາສາທີ່ຜູ້ໃຊ້ງານນໍາໃຊ້
- ເປີດໃຊ້ 2FA : ໜາຍເຖິງ ການເປີດການນໍາໃຊ້ລະຫັດຢືນຢັນຄວາມປອດໄພທີ່ລະບົບຈະສົ່ງເຂົ້າໄປທາງອີເມວໃຫ້ເວລາລ໋ອກອິນ ເຂົ້າລະບົບ
ວິດີໂອ : https://youtu.be/wwXkDSTO3ys?si=bNXQAm1hyWUtdwu_