ການເພີ່ມຍອດຍົກມາ
ການເພີ່ມຍອດຍົກມາ ແມ່ນ ການເພີ່ມຍອດເລີ່ມຕົ້ນຂອງປີ ໃນລະບົບ ໂດຍການເອົາຂໍ້ມູນຈາກ ຍອດຄົງເຫຼືອໃນຊ່ວງໄລຍະຜ່ານມາ ເພື່ອເປັນໂຕກຳນົດເລີ່ມຕົ້ນຂອງຊ່ວງໄລຍະຖັດໄປ.
1. ກົດໃສ່ເມນູ ການບັນຊີ ແລ້ວເລືອກ ຍອດຍົກມາ
2. ຫຼັງຈາກນັ້ນກົດໃສ່ ເພີ່ມຍອດຍົກມາໃໜ່ ເພື່ອເລີ່ມຕົ້ນການເພີ່ມຍອດຍົກມາ
3. ຈາກນັ້ນ ເພີ່ມຂໍ້ມູນຂອງຍອດຍົກມາໃໜ່ ແລ້ວ ກົດ ບັນທຶກ
ໝາຍເຫດ: ຫ້ອງແບບຟອມທີ່ມີເຄື່ອງໝາຍ( * ) ແມ່ນລະບົບບັງຄັບໃຫ້ໃສ່ຂໍ້ມູນ
- ວັນທີ : ໜາຍເຖິງ ປີ-ເດືອນ-ວັນ ຂອງຍອດຍົກທີ່ຈະນໍາມາເປັນຍອດຕັ້ງຕົ້ນເພື່ອຕິດຕາມໃນລະບົບ
- ເລກລະຫັດບັນຊີ : ໜາຍເຖິງ ເລກລະຫັດບັນຊີວິສາຫະກິດ
- ຊື່ : ໜາຍເຖິງ ຊື່ເລກລະຫັດບັນຊີວິສາຫະກິດ
- ໜີ້ : ໜາຍເຖິງ ມູນຄ່າຈໍານວນຍອດຍົກມານັ້ນເຫຼືອເບື້ອງໜີ້
- ມີ : ໜາຍເຖິງ ມູນຄ່າຈໍານວນຍອດຍົກມານັ້ນເຫຼືອເບື້ອງມີ
- ມູນຄ່າເດີມ : ໜາຍເຖິງ ມູນຄ່າຂອງຕົວຈິງ ( ຕົວຢ່າງ: ບັນຊີເງິນບາດ 5.000.000 ກີບ ມູນຄ່າເດີມ 10.000 ບາດ )
- ໜີ້ ( ມູນຄ່າເດີມ ) : ໜາຍເຖິງ ມູນຄ່າຈໍານວນຍອດຍົກມາມູນຄ່າເດີມນັ້ນເຫຼືອເບື້ອງໜີ້
- ມີ ( ມູນຄ່າເດີມ ) : ໜາຍເຖິງ ມູນຄ່າຈໍານວນຍອດຍົກມາມູນຄ່າເດີມນັ້ນເຫຼືອເບື້ອງມີ
- ສະກຸນເງິນ ( ມູນຄ່າເດີມ ) : ໜາຍເຖິງ ສະກຸນເງີນຂອງມູນຄ່າເດີມ