ວິທີການເພີ່ມຊັບສົມບັດຄົງທີ່
ຕົວຢ່າງ: ບໍລິສັດ AA ໄດ້ຊື້ ລົດລີໂວ້ ຢີຫໍ້ TOYOTA ຈຳນວນ 1 ຄັນ ມູນຄ່າ 100.000.000 ກີບ ຊື້ເປັນເງິນ ສົດ
ວິທີການບັນທຶກຊັບສົມບັດຄົງທີ່ເຂົ້າໃນລະບົບ
1. ໃຫ້ກົດໃສ່ເມນຸ ຊັບສິນ ແລ້ວເລືອກ ຊັບສົມບັດຄົງທີ່
2. ກົດ ເພີ່ມຊັບສົມບັດຄົງທີ່ໃໜ່ ໃນການເພີ່ມຂໍ້ມູນຂອງຊັບສົມບັດຄົງທີ່
3. ຫຼັງຈາກນັ້ນ: ໃຫ້ເຮົາໃສ່ຂໍ້ມູນຂອງຊັບສົມບັດທີ່ເຮົາຕ້ອງການເພີ່ມເຂົ້າ, ລະຫັດ, ຢີຫໍ້, ສະກຸນເງິນ, ມູນຄ່າ, ຈຳນວນ, ຫົວໜ່ວຍ, ອາຍຸການນຳໃຊ້, ເລືອກຮູບແບບການເລີ່ມຕົ້ນວ່າ: ຊື້ຊັບສົມບັດຄົງທີ່: ໃສ່ວັນທີ່ນຳໃຊ້ ແລະ ເລືອກບັນຊີເງີນທີ່ຊື້
- ຖ້າເລືອກ ຍອດຍົກມາ: ໃສ່ວັນທີນຳໃຊ້, ວັນທີຍອດຍົກ ແລະ ຍອດຍົກຄ່າຫຼຸ້ຍຫ້ຽນສະສົມ
- ເລືອກມີອາກອນ ຫຼື ບໍ່ມີ, ເລກລະຫັດບັນຊີ ສາມາດໃສ່ ຫລື ບໍ່ໃສ່ໃຫ້ລະບົບຕື່ມໃຫ້ໄດ້
ລະບົບຍັງສາມາດຄິດໄລ່ຄ່າຫຼຸ້ຍຫ້ຽນ ແລະ ລົງບັນຊີໃຫ້ພ້ອມ
ໝາຍເຫດ: ຫ້ອງແບບຟອມທີ່ມີເຄື່ອງໝາຍ( * ) ແມ່ນລະບົບບັງຄັບໃຫ້ໃສ່ຂໍ້ມູນ
- ຊື່: ໜາຍເຖິງ ຊື່ຊັບສົມບັດຄົງທີ່
- ລະຫັດ: ໜາຍເຖິງ ລະຫັດຂອງຊັບສົມບັດຄົ່ງທີ່
- ຍີ່ຫໍ້: ໜາຍເຖິງ ຍີ່ຫໍ້ຂອງຊັບສົມບັດຄົງທີ່
- ລາຍລະອຽດ: ໜາຍເຖິງ ສາມາດໃສ່ຂໍ້ມູນເພີ່ມເຕີມໃນຊ່ອງລາຍລະອຽດ
- ສະກຸນເງີນ: ໜາຍເຖິງ ສາມາດເລືອກສະກຸນເງີນໄດ້ວ່າເຮົາໃຊ້ສະກຸນເງີນໂຕໃດ
- ມູນຄ່າ: ໜາຍເຖິງ ຈຳນວນເງີນທີ່ຊື້ຊັບສົມບັດຄົ່ງທີ່
- ຈຳນວນ: ໜາຍເຖິງ ຈຳນວນຊັບສົມບັດຄົງທີ່
- ຫົວໜ່ວຍ: ໜາຍເຖິງ ຂອງຊັບສົບບັດຄົງທີ່
- ອາຍຸການນຳໃຊ້: ໜາຍເຖິງ ອາຍຸການນຳໃຊ້ຊັບສົມບັດຄົ່ງທີ່ຕາມທີ່ກົດໜາຍວາງອອກ
- ຮູບແບບການເລີ່ມຕົ້ນ: ໜາຍເຖິງ ຊື້ຊັບສົມບັດຄົ່ງທີ່ ຫລື ຍອດຍົກມາ
- ວັນທີ່ນຳໃຊ້: ໜາຍເຖິງ ວັນທີ່ເຮົາຊື້ມາ ແລະ ເລີ່ມນຳໃຊ້
- ອາກອນ: ໜາຍເຖິງ ຍົກເວັ້ນອາກອນ ຫລື ມີອາກອນ
- ສັດສ່ວນການນຳໃຊ້ເປັນ%: ໜາຍເຖິງ ໃນສ່ວນຂອງການແບ່ງສ່ວນເຮົາສາມາດກຳນົດສັດສ່ວນຂອງຊັບສິນເພື່ອການຄິດໄລ່ໃນສ່ວນຂອງບັນຊີ ແລະ ສາມາດກຳນົດເປີເຊັນໃນການແບ່ງຕົ້ນທຶນ, ຈຳໜ່າຍ ແລະ ບໍລິຫານ
- ເປີດໃຊ້ງານ: ໜາຍເຖິງ ສາມາດເປີດ ຫລື ປິດໃຊ້ງານຊັບສົມບັດຄົງທີ່
- ເອກະສານຕິດຄັດ: ໜາຍເຖິງ ໄຟຣເອກະສານ ຫລື ຮູບກໍໄດ້ ສາມາດຕິດຄັດ
- ເລກລະຫັດບັນຊີ: ໜາຍເຖິງ ສາມາດກຳນົດເອງໄດ້ໃນກໍລະນີບໍ່ໃສ່ລະບົບຈະສ້າງຂຶ້ນໃຫ້ອັດຕະໂນມັດ
ວິດີໂອ: https://youtu.be/yBM__Yvg45I