ການເພີ່ມການເກັບກຳ
ການເພີ່ມການເກັບກຳແມ່ນການຕິດຕາມລາຍການສິນຄ້າແຕ່ລະສາງ ແຕ່ລະຫົວໜ່ວຍທີ່ຕ້ອງການຕິດຕາມ ແລະຈຳນວນຂອງສິນຄ້າໃຫ້ລະອຽດແລະສະດວກໃນການຕິດຕາມກວດກາ
1. ໃຫ້ກົດ ສາງ ແລ້ວເລືອກ ການເກັບກຳ
2. ໃຫ້ກົດ ເພີ່ມການເກັບກຳສິນຄ້າໃໝ່
3. ລະບົບຈະສະແດງຫ້ອງຂໍ້ມູນເພີ່ມ ການເກັບກຳຂອງສິນຄ້າ
ໝາຍເຫດ: ຫ້ອງແບບຟອມທີ່ມີເຄື່ອງໝາຍ( * ) ແມ່ນລະບົບບັງຄັບໃຫ້ໃສ່ຂໍ້ມູນ
- ສາງ : ແມ່ນເລືອກບ່ອນເກັບກຳຂອງສິນຄ້າ
- ສິນຄ້າ : ແມ່ນເລືອກຊື່ຂອງສິນຄ້າທີ່ເຮົາຕິດຕາມເກັບກຳ
- ວັນທີຍອດຍົກ : ເປັນວັນທີເລີ່ມຕົ້ນຂອງການເລີ່ມຕິດຕາມສິນຄ້ານັ້ນ
- ຈຳນວນຍອດຍົກ ແລະ ມູນຄ່າ : ແມ່ນຈຳນວນຂອງສິນຄ້າທີ່ທັງໝົດທີ່ມີນັບໃນມື້ທີ່ເຮົາເລີ່ມຕິດຕາມ ແລະ ຈຳນວນມູນຄ່າລວມ
- ອະນຸຍາດໃຫ້ຈຳນວນຕິດລົບ : ແມ່ນ ຕົກລົງ ໝາຍເຖິງລາຍການສິນຄ້າ ສາມາດບັນທຶກອອກກ່ອນ ໂດຍທີ່ບໍ່ມີສິນຄ້າໃນລະບົບ ປະຕິເສດ ແມ່ນໝາຍເຖິງ ບໍ່ສາມາດເບີກສິນຄ້າອອກໄດ້ ຖ້າຈຳນວນສິນຄ້າເຫຼືອ 0 ລະບົບຈະແຈ້ງເຕືອນກ່ອນການເບີກອອກ
- ຮູບແບບຄິດໄລ່ຕົ້ນທຶນ : ແມ່ນເປັນຕົວກຳນົດການຄິດໄລ່ຕົດຕົ້ນທຶນຂອງສິນຄ້າໃຫ້ຖືກຕ້ອງ ແລະ ບັນທຶກລາຄາສິນຄ້າ ເຂົ້າແຕ່ລະຄັ້ງ
4. ຫຼັງຈາກໃສ່ຂໍ້ມູນສຳເລັດໃຫ້ກົດ ບັນທຶກ ລະບົບຈະແຈ້ງການເກັບກຳສິນຄ້າໄດ້ເພີ່ມຖືວ່າສຳເລັດ