ການບັນທຶກລາຍຮັບເງິນ
ການບັນທຶກລາຍຮັບເວລາໄດ້ເງິນສົດ ຫຼື ເງິນຝາກ ຈາກການຂາຍສິນຄ້າ, ຜະລິດຕະພັນ, ຂາຍຊັບສິນ, ໄດ້ກູ້ຢືມເງິນ ຫຼື ການບໍລິການຕ່າງໆ ໃຫ້ບັນທຶກຕາມເລກທີ, ວັນທີ, ເນື້ອໃນການຮັບເງິນ ແລະ ມູນຄ່າ ໃຫ້ຖືກຕ້ອງຕາມລຳດັບ ແລະ ເວລາ ໃນການເກີດຂຶ້ນ ເປັນແຕ່ລະວັນ.
ຕົວຢ່າງ: ເຮົາໄດ້ຂາຍຕູ້ໃສ່ເຄື່ອງນຸ່ງໃຫ້ລູກຄ້າ ມູນຄ່າ 10.700.000 ກີບ. ທັງໝົດ ໄດ້ຮັບເປັນເງິນ ຝາກທະນາ ຄານ. ອມພ7%
ວິທີບັນທຶກການຮັບເງິນ ຫຼື ຂາຍສິນຄ້າ ແລະ ການບໍລິການຜ່ານລະບົບ
1. ໃຫ້ກົດໃສ່ເມນູ ລາຍຮັບ ແລ້ວເລືອກ ລາຍຮັບ
2. ລະບົບຈະສະແດງຫ້ອງໃຫ້ເພີ່ມລາຍຮັບດັ່ງນີ້: ລະບຸວັນທີ, ບັນຊີເງີນທີ່ເຮົາຮັບເຂົ້າ, ເລືອກປະເພດ ຂອງລາຍຮັບໃສ່ຂໍ້ມູນຕາມເນື້ອໃນທີ່ຈະຮັບເຂົ້າ
ຖ້າເຮົາມີລາຍການເນື້ອໃນສິນຄ້າ ຫຼື ການບໍລິການທີ່ຢາກເພີ່ມໃສ່ ແມ່ນກົດ ໃສ່ຂໍ້ມູນເພີ່ມເຕີ່ມ
3. ການເພີ່ມລາຍລະອຽດເນື້ອໃນສິນຄ້າ ຫຼື ການບໍລິການ
- ໃນການບັນທຶກລາຍຮັບ ທີ່ມີເນື້ອໃນຂອງລາຍການສິນຄ້າ ຫຼື ການບໍລິການແມ່ນໃຫ້ເຮົາໃສ່ຂໍ້ມູນຕາມລຸ່ມນີ້:
ກໍລະນີມີຂໍ້ມູນເພີ່ມເຕີມສາມາດໃສ່ລາຍລະອຽດໄດ້ ຫຼັງຈາກໃສ່ຂໍ້ມູນລາຍການສິນຄ້າ ແລະ ບໍລິການສຳເລັດແລ້ວໃຫ້ກົດເລືອກ VAT ເພື່ອຄິດໄລ່ ແລະ ລວມອາກອນມູນຄ່າເພີ່ມ
- ສໍາລັບລາຍການສິນຄ້າ/ບໍລິການ ທີ່ລວມອາກອນມູນຄ່າເພີ່ມໃນ ແມ່ນໃຫ້ກົດ VAT ຕາມ ດ້ວຍກົດ ຄິດໄລ່ລາຄາກ່ອນອາກອນ
- ສໍາລັບລາຍການສິນຄ້າ/ບໍລິການ ທີ່ບໍ່ແມ່ນລາຍການຍົກເວັ້ນ ແຕ່ລູກຄ້າຫັກໄວ້ຈ່າຍແມ່ນໃຫ້ກົດ VAT 0%
ສາມາດເພີ່ມ ລາຍລະອຽດ, ລູກຄ້າ ແລະ ເອກະສານຕິດຄັດໄດ້
ໝາຍເຫດ: ຫ້ອງແບບຟອມທີ່ມີເຄື່ອງໝາຍ( * ) ແມ່ນລະບົບບັງຄັບໃຫ້ໃສ່ຂໍ້ມູນ
- ວັນທີ: ໜາຍເຖິງ ວັນທີ ເດືອນ ປີ ທີ່ເລືອກກົດເພີ່ມລາຍຮັບ
- ບັນຊີ: ໜາຍເຖິງ ບັນຊີທີ່ເລືອກໃຫ້ລາຍຮັບນັ້ນເຂົ້າບັນຊີໂຕໃດ
- ຈຳນວນ: ໜາຍເຖິງ ຈຳນວນເງິນຂອງລາຍຮັບ
- ປະເພດ: ໜາຍເຖິງ ປະເພດຂອງລາຍຮັບ
- ເພີ່ມປະເພດໃໝ່: ໜາຍເຖິງ ເພີ່ມປະເພດລາຍຮັບທີ່ຢາກເພີ່ມຂຶ້ນມາໃໝ່
- ການອ້າງອີງ: ໜາຍເຖິງ ເລກອ້າງອີງຂອງໃບບິນ
- ລາຍລະອຽດ: ໜາຍເຖິງ ຄໍາອະທິບາຍຂອງປື້ມ
- ເອກະສານຄັດຕິດ: ໜາຍເຖິງ ເພີ່ມຮູບຖ່າຍ, ເອກະສານທີ່ຕ້ອງການເພີ່ມໄວ້ໃນປື້ມບັນຊີ
ວິດີໂອ: https://youtu.be/amCoS6qgX5w?si=ShCM2fUkIPq7lBDC