ເພີ່ມຂໍ້ມູນຂອງບໍລິສັດ ເຮັດແນວໃດ ?

ການຕັ້ງຄ່າຂໍ້ມູນຂອງບໍລິສັດ

    ການຕັ້ງຄ່າບໍລິສັດ ແມ່ນ ການເພີ່ມຂໍ້ມູນຂອງບໍລິສັດເບື້ອງຕົ້ນ

1. ໃຫ້ກົດໃສ່ເມນູ ການຕັ້ງຄ່າ ແລ້ວເລືອກ ທົ່ວໄປ


2. ຫຼັງຈາກນັ້ນປ້ອນຂໍ້ມູນທົ່ວໄປຂອງບໍລິສັດຕາມແບບຟອມເຊັ່ນ: ຊື່ ແລະ ທີ່ຢູ່ຂອງບໍລິສັດ ແລະ ກົດບັນທຶກ

ໝາຍເຫດຫ້ອງແບບຟອມທີ່ມີເຄື່ອງໝາຍແມ່ນລະບົບບັງຄັບໃຫ້ໃສ່ຂໍ້ມູນ

    • ຊື່ຂອງບໍລິສັດ : ໜາຍເຖິງ ໃສ່ຊື່ບໍລິສັດເປັນພາສາອັງກິດ ຫຼື ພາສາລາວໄດ້
    • ຊື່ຂອງບໍລິສັດ(ພາສາລາວ) : ໜາຍເຖິງ ໃສ່ຊື່ບໍລິສັດເປັນພາສາລາວ
    • ທີ່ຢູ່ເວັບໄຊ : ໜາຍເຖິງ ເວັບໄຊຂອງບໍລິສັດ
    • ອີເມວ : ໜາຍເຖິງ ອີເມວບໍລິສັດ
    • ເລກທີອາກອນ : ໜາຍເຖິງ ເລກປະຈໍາຕົວຜູ້ເສຍອາກອນ
    • ເລກລະຫັດວິສາຫະກິດ : ໜາຍເຖິງ ເລກທະບຽນວິສາຫະກິດ
    • ເລກລະຫັດປະກັນສັງຄົມຂອງບໍລິສັດ : ໜາຍເຖິງ ເລກລະຫັດປະກັນສັງຄົມຂອງບໍລິສັດ
    • ທີ່ຢູ່ : ໜາຍເຖິງ ທີ່ຢູ່ຂອງບໍລິສັດ

    ສາມາດເພີ່ມ ໂລໂກ້, ກາປະທັບບໍລິສັດ ແລະ ລາຍເຊັນ














    ຄຳຕອບນີ້ຊ່ວຍແກ້ບັນຫາເຈົ້າບໍ?