ການດັດແກ້ຈຳນວນສິນຄ້າໃນສາງ ເກົ່າ

ການດັດແກ້ຈຳນວນສິນຄ້າ

ການດັດແກ້ຈຳນວນສິນຄ້າແມ່ນນຳໃຊ້ເວລາກວດນັບຈຳນວນສິນຄ້າໃນສາງຕົວຈິງ ແລະ ຂໍ້ມູນໃນລະບົບ ບໍ່ຕົງກັນ ເຊີ່ງອາດເກີດຈາກການສ້າງຍອດເລີ່ມຕົ້ນ ຫຼື  ການຄາດເຄື່ອນເວລາບັນທຶກບໍ່ຕົງກັບຕົວຈິງ. ການປັບປຸງຍອດສິນຄ້າຄ້າງສາງຈະຊ່ວຍໃຫ້ເຮົາສາມາດເລີ່ມຕິດຕາມສິນຄ້າຕົວຈິງໃໝ່ໃນຊ່ວງເວລາກວດນັບຕົວຈິງ 

1. ເຂົ້າເມນູ ສາງ >  ສິນຄ້າ/ການບໍລິການ 

2. ກົດ ເລືອກ ລະຫັດສິນຄ້າ 

ເລືອກລະຫັດສິນຄ້າທີ່ຕ້ອງການປັບປຸງ ລະບົບຈະສະແດງ ການເກັບກຳສິນຄ້ານັ້ນທັງໝົດທີ່ຢູ່ແຕ່ລະສາງ ເພື່ອກວດເບີ່ງລາຍການສິນຄ້າທີ່ຕ້ອງການຢູ່ໃນສາງເກັບສິນຄ້າໃດ ກ່ອນການປັບປຸງຈຳນວນໃຫ້ຖືກຕ້ອງ

3.  ກົດ ເຄື່ອງໝາຍການ ປັບປຸງກວດນັບໃໝ່ > ພິມຈຳນວນສິນຄ້າ ກວດນັບຕົວຈິງ > ກົດ ຕົກລົງ 

 ລະບົບຈະບັນທຶກແລະປັບປຸງ ຈຳນວນທີ່ອັບເດດເປັນຈຳນວນສິນຄ້າທີ່ມີໃນປະຈຸບັນ

ຄຳຕອບນີ້ຊ່ວຍແກ້ບັນຫາເຈົ້າບໍ?