ລົງທະບຽນທົດລອງໃຊ້ 14 ມື້

ລະບົບທົດລອງ ບັນຊີ.la


ທົດລອງໃຊ້ຄົບທຸກຟັ່ງຊັ້ນຂອງລະບົບ ບັນຊີ.la ໄດ້ຟຣີ 14 ມື້ ເພື່ອຊ່ວຍໃຫ້ທ່ານຕັດສິນໃຈເລືອກລະບົບທີ່ຊ່ວຍຈັດການທຸລະກິດຂອງທ່ານໃຫ້ງ່າຍຂື້ນ.

ຂັ້ນຕອນການລົງທະບຽນທົດລອງໃຊ້ງານ:

1. ເຂົ້າເວັບໄຊສ໌ bansi.la

    ເຂົ້າໃນເວັບໄຊສ໌ພິມ "bansi.la" ຫຼື "demo.bansi.la"

    ກົດປຸ່ມ ລົງທະບຽນທົດລອງໃຊ້ງານຟຣີ 14 ມື້

     ຕື່ມຂໍ້ມູນເພື່ອລົງທະບຽນ:

  • ເບີໂທ: +85620... ແລ້ວຕື່ມດ້ວຍເບີໂທທີ່ທ່ານໃຊ້ງານ
  • ອີເມວ: ໃສ່ອີເມວທີ່ໃຊ້ງານຢູ່ ຫຼື ຖ້າບໍ່ມີໃຫ້ໃສ່ຊື່ຕົນເອງ ແລ້ວຕາມດ້ວຍ @bansi.la (ຕົວຢ່າງ: [email protected])
  • ລະຫັດຜ່ານ: ຕ້ອງປະກອບດ້ວຍໂຕໜັງສື (a-z), ຕົວເລກ (0-9) ແລະ ຕ້ອງມີຢ່າງໜ້ອຍ 8 ໂຕອັກສອນຂຶ້ນໄປ


    ຫຼັງຈາກໃສ່ຂໍ້ມູນຄົບຖ້ວນແລ້ວ ຈະມີເລກລະຫັດ OTP ສົ່ງເຂົ້າຂໍ້ຄວາມເບີໂທລະສັບ 6 ໂຕເລກເອົາມາຕື່ມໃສ່ຊ່ອງ ລະຫັດຢືນຢັນ, ແລ້ວກົດຢືນຢັນການລົງທະບຽນ.


    ຈາກນັ້ນແມ່ນສາມາດທົດລອງນຳໃຊ້ລະບົບຕາມຄວາມຕ້ອງການໄດ້ເລີຍ.    


2. ເລີ່ມຕົ້ນທົດລອງໃຊ້ງານ

  • ລາຍຮັບ: ການສ້າງໃບສະເໜີລາຄາ ໃບເກັບເງິນ ໃບຮັບເງິນ 
  • ລາຍຈ່າຍ: ການສ້າງໃບສັ່ງຊື້ ໃບສັ່ງຈ່າຍ ໃບຊຳລະເງິນ
  • ເງິນເດືອນ: ຄິດໄລ່ອາກອນເງິນເດືອນ
  • ສາງ: ການເກັບກຳສິນຄ້າ, ລະບົບຂາຍໜ້າຮ້ານ
  • ຊັບສິນ: ຕິດຕາມບັນຊີໝູນວຽນເງິນ, ຊັບສົມບັດຄົງທີ່
  • ການບັນຊີ: ລົງບັນທຶກບັນຊີປະຈຳວັນ, ບົດລາຍງານການບັນຊີ
  • ການຕັ້ງຄ່າ: ຕັ້ງຄ່າຂໍ້ມູນບໍລິສັດ, ປ່ຽນລະຫັດຜ່ານ



- ຈົບຂັ້ນຕອນການລົງທະບຽນລະບົບທົດລອງ -






ຄຳຕອບນີ້ຊ່ວຍແກ້ບັນຫາເຈົ້າບໍ?