ການເພີ່ມຜູ້ໃຊ້ ແລະ ກຳນົດສິດ

ການເພີ່ມຜູ້ໃຊ້ ແລະ ກຳນົດສິດເຂົ້າເຖິງການໃຊ້ງານ

ໃນລະບົບ 1 ຈະບໍ່ຈຳກັດຜູ້ໃຊ້ງານ ແຕ່ຈະໃຊ້ໄດ້ຟຣີ 3 ຜູ້ໃຊ້, ຖ້າຕ້ອງການເພີ່ມຜູ້ໃຊ້ງານສາມາດຕິດຕໍ່ຫາທີມງານຊ່ວຍເຫຼືອໄດ້ທາງ Whatsapp

1 ຜູ້ໃຊ້ = 1 ອີເມວ ແລະ ເບີໂທ, ເພາະອີເມວ 1 ຈະຜູກເບີໂທໄດ້ 1 ເບີເທົ່ານັ້ນ

1 ບໍລິສັດ = 1 ລະບົບ, 1 ອີເມວ ສາມາດໃຊ້ໄດ້ບໍ່ຈຳກັດບໍລິສັດ 


ຂັ້ນຕອນການຕັ້ງຄ່າ:

1. ການເພີ່ມຜູ້ໃຊ້ໃໝ່

    ເຂົ້າການຕັ້ງຄ່າໃນເມນູຫຼັກ > ຜູ້ໃຊ້ 

        ພິມອີເມວທີ່ຕ້ອງການໃຫ້ເຂົ້າລະບົບ ແລ້ວກົດເພີ່ມ

        ສຳລັບອີເມວທີ່ຍັງບໍ່ເຄີຍມີລະບົບ        

        1. ລະບົບຈະແຈ້ງເຕື່ອນຂຶ້ນມາ ຖ້າອີເມວທີ່ເພີ່ມໃໝ່ຍັງບໍ່ເຄີຍມີລະບົບມາກ່ອນ

        2. ເພີ່ມຂໍ້ມູນໃຫ້ຜູ້ໃຊ້ໃໝ່, ໃສ່ຊື່ ແລະ ລະຫັດຜ່ານ ເພື່ອໃຫ້ຜູ້ໃຊ້ໃໝ່ນຳໃຊ້ໃນການເຂົ້າລະບົບ 

         - ສາມາດໃຫ້ຜູ້ໃຊ້ງານຂອງອີເມວນັ້ນ ຢັ້ງຢືນເບີໂທລະສັບຫຼັງເຂົ້າໃຊ້ງານດ້ວຍຕົວເອງໄດ້ 

         - ເປີດໃຊ້ງານສຳລັບ 2FA ແມ່ນຕ້ອງເປັນອີເມວທີ່ໃຊ້ງານຈິງ ເພື່ອເວລາເຂົ້າລະບົບຈະໄດ້ຮັບຕົວເລກ OTP ໃນອີເມວກ່ອນ

        3. ຫຼັງໃສ່ຂໍ້ມູນແລ້ວ ກົດບັນທຶກ, ຈາກນັ້ນເລືອກກຳນົດສິດການເຂົ້າເຖິງແຕ່ລະຟັ່ງຊັ້ນໃຫ້ຜູ້ໃຊ້ງານໃໝ່ໄດ້ເລີຍ

        ສຳລັບອີເມວທີ່ເຄີຍເຂົ້າລະບົບແລ້ວ 

        ລະບົບຈະຟ້ອງຂຶ້ນມາ ແລະ ບໍ່ຈຳເປັນຕ້ອງເພີ່ມຂໍ້ມູນຂອງຜູ້ໃຊ້ໃໝ່.

        ສະນັ້ນ, ຫຼັງເພີ່ມອີເມວແລ້ວແມ່ນກຳນົດສິດການເຂົ້າເຖິງຟັ່ງຊັ້ນຕ່າງໆໄດ້ເລີຍ ແລ້ວເຂົ້າລະບົບດ້ວຍລະຫັດຜ່ານເກົ່າໄດ້ເລີຍ.


2. ການກຳນົດສິດ   

    ສາມາດກຳນົດສິດຕອນເພີ່ມຜູ້ໃຊ້ໃໝ່ ຫຼື ກົດແກ້ໄຂຂອງຜູ້ໃຊ້ທີ່ມີຢູ່ແລ້ວເພື່ອປ່ຽນແປງສິດການໃຊ້ງານ

    ເລືອກກຳນົດສິດແລ້ວກົດ "ບັນທຶກ"








ຄຳຕອບນີ້ຊ່ວຍແກ້ບັນຫາເຈົ້າບໍ?