ການຕັ້ງຄ່າຂໍ້ມູນບໍລິສັດ, ເພີ່ມໂລໂກ້, ກາປະທັບ ແລະ ລາຍເຊັນ

ການຕັ້ງຄ່າຂໍ້ມູນບໍລິສັດ


ສຳລັບຂໍ້ມູນບໍລິສັດແມ່ນລະບົບຈະໃສ່ຂໍ້ມູນຕາມໃບທະບຽນວິສາຫະກິດໃຫ້ແລ້ວເພື່ອຄວາມສະດວກສະບາຍ ແຕ່ຈຳເປັນຕ້ອງເຂົ້າມາກວດສອບຂໍ້ມູນໃຫ້ຖີ່ຖ້ວນກ່ອນໃຊ້ງານເພາະຂໍ້ມູນທີ່ຢູ່ໃນນີ້ຈະເປັນຂໍ້ມູນທີ່ນຳໄປສະແດງໃນໃບບິນຕ່າງໆ ເຊັ່ນ: ໃບສະເໜີລາຄາ, ໃບເກັບເງິນ, ໃບສັ່ງຊື້,...

ສະເພາະຊື່ບໍລິສັດສາມາດແກ້ໄຂໄດ້ພຽງຄັ້ງດຽວ ຖ້າຕ້ອງການແກ້ໄຂເພີ່ມຕື່ມແມ່ນສາມາດຕິດຕໍ່ຫາທີມຊ່ວຍເຫຼືອໄດ້ທີ່ Whatsapp.

ຂັ້ນຕອນການແກ້ໄຂ, ເພີ່ມໂລໂກ້, ກາປະທັບ ແລະ ລາຍເຊັນບໍລິສັດ:


1. ການແກ້ໄຂຂໍ້ມູນບໍລິສັດ 
    ເຂົ້າການຕັ້ງຄ່າບ່ອນເມນູຫຼັກ > ທົ່ວໄປ


2. ກວດສອບ ແລະ ແກ້ໄຂລາຍລະອຽດ

    ຊ່ອງທີມີເຄື່ອງໝາຍ * ແມ່ນລະບົບບັງຄັບໃຫ້ໃສ່ຂໍ້ມູນ
  • ຊື່ຂອງບໍລິສັດ: ສາມາດໃສ່ໄດ້ 4 ພາສາ ເພີື່ອເວລາປ່ຽນພາສາໃນລະບົບແລ້ວມັນຈະດຶງເອົາຊື່ໃນຊ່ອງພາສານັ້ນໄປສະແດງ
  • ເລກທີອາກອນ: ເລກປະຈຳຕົວຜູ້ເສຍອາກອນ ໃນໃບທະບຽນວິສາຫະກິດ
  • ເລກລະຫັດວິສາຫະກິດ: ເລກທີຂອງໃບທະບຽນວິສາຫະກິດ


3. ເພີ່ມໂລໂກ້, ກາປະທັບ ແລະ ລາຍເຊັນ        

    ປັບຟາຍ ຫຼື ຮູບ ທີ່ຕ້ອງການອັບໂຫຼດເຂົ້າໃຫ້ເປັນຂະໜາດ 512 x 512, ຈາກນັ້ນກົດບັນທຶກ



- ຈົບຂັ້ນຕອນການແກ້ໄຂຂໍ້ມູນບໍລິສັດ -





ຄຳຕອບນີ້ຊ່ວຍແກ້ບັນຫາເຈົ້າບໍ?