ການເພີ່ມສິນຄ້າໃນຟັງຊັ້ນສາງ
1. ກັດເຂົ້າ ຟັງຊັ້ນຂອງສາງ ຫຼັງຈາກນັ້ນກົດເລືອກ ສິນຄ້າ / ການບໍລິການ
2. ຫຼັງຈາກນັ້ນກົດ ເພີ່ມສິນຄ້າໃໝ່
3. ໃສ່ຂໍ້ມູນສິນຄ້າ
ໝາຍເຫດ: ຫ້ອງແບບຟອມທີ່ມີເຄື່ອງໝາຍ ( * ) ແມ່ນລະບົບບັງຄັບໃຫ້ໃສ່ຂໍ້ມູນ
- ປະເພດ : ແມ່ນກຸ່ມຂອງສິນຄ້າ ແລະ ການບໍລິການນັ້ນໆ ທີ່ຈະຈັດແບ່ງສິນຄ້າແຕ່ລະປະເພດ
- ລະຫັດສິນຄ້າ : ແມ່ນເລກບາໂຄດຂອງສິນຄ້າ ຖ້າບໍ່ມີສາມາດກຳນົດພາຍໃນໄດ້
- ສິນຄ້າ/ການບໍລິການ : ໝາຍເຖິງ ຊະນິດຂອງລາຍຊື່ທີ່ເຮົາບັນທຶກແມ່ນລາຍການຊະນິດໃດ
- ສະກຸນເງິນ : ແມ່ນຕົວກຳນົດສະແດງມູນຄ່າ-ລາຄາ ຂອງການຊື້ຂາຍຕາມສະກຸນເງິນທີ່ກຳນົດໄວ້
- ເລກລະຫັດບັນຊີ : ແມ່ນລະຫັດບັນຊີວິສາຫະກິດສິນຄ້າເປັນຕົວບັນທຶກບັນຊີເວລາມີການຊື້-ຂາຍ ສິນຄ້ານັ້ນ
- ລະຫັດໜີ້ : ໝາຍເຖິງເລກລະຫັດບັນຊີວິສາຫະກິດ ສຳລັບບັນທຶກລາຍຈ່າຍສິນຄ້າອອກສາງ
- ລະຫັດມີ : ໝາຍເຖິງເລກລະຫັດບັນຊີວິສາຫະກິດ ສໍຳລັບບັນທຶກລາຍຮັບຈາກການຂາຍສິນຄ້າ