ການລົງບັນຊິຜ່ານການອັບໂຫລດ excel
ການລົງບັນທຶກປະຈຳວັນຖືວ່າເປັນຂັ້ນຕອນທີ່ສຳຄັນໃນການຕິດຕາມກວດກາ ແລະ ສ້າງບົດລາຍງານ ຕ່າງໆ. ການລົງບັນທຶກປະຈຳວັນຈະແບ່ງເປັນ 2 ຂັ້ນຕອນຫຼັກຄື ການບັນທຶກຂໍ້ມູນລວມຂອງບັນຊີຈຳວັນ ແລະ ການບັນທຶກ ໜີ້/ມີ ລະອຽດຂອງການບັນຊີປະຈຳວັນ ການອັບໂຫລດຜ່ານ excel ຈະສະດວກ ແລະ ງ່າຍຂື້ນ ປະຫຍັດເວລາໃນການລົງບັນທຶກບັນຊີ
1. ໃຫ້ກົດໃສ່ເມນູ ການບັນຊີ ແລ້ວເລືອກ ບັນຊິປະຈຳວັນ
2. ແລ້ວກົດໃສ່ ສ້າງບັນຊີປະຈຳວັນຜ່ານການອັບໂຫລດ Excel
3. ດາວໂຫລດ ແບບຟອມ ເອກະສານຕົວຢ່າງ
- ຂ້າມຂັ້ນຕອນການກວດກາ: ໜາຍເຖິງ ເວລາທີ່ເຮົາອັບໂຫລດ excel ເຂົ້າ ເຮົາຢາກໃຫ້ລະບົບຂ້າມຂັ້ນຕອນອັບເຂົ້າເລີຍ ກົດຕົກລົງ ຫລື ວ່າໃຫ້ກວດກາກ່ອນອັບເຂົ້າ ກົດປະຕິເສດ
4. ຫຼັງຈາກໂຫລດເອກະສານຕົວຢ່າງ ໃຫ້ຕື່ມຕາມແບບຟອມທີ່ໃຫ້
- ລົງໄດ້ 2 ແບບ ຖ້າຮູບນ້ອຍ ສາມາດດາວໂຫລດຕາມລີ້ງ ເພື່ອເບິ່ງແບບຟອມຕົວຢ່າງ https://docs.google.com/spreadsheets/d/1x4UNUthCYzKjDmbOjirPC4rPIL4NDQtF/edit?usp=sharing&ouid=102089332449416999181&rtpof=true&sd=true
ໝາຍເຫດ: ຫ້ອງແບບຟອມທີ່ມີເຄື່ອງໝາຍ( * ) ແມ່ນລະບົບບັງຄັບໃຫ້ໃສ່ຂໍ້ມູນ
- date: ໜາຍເຖິງ ວັນທີ ເດືອນ ປີ ເປີດນຳໃຊ້ປື້ມປະຈຳວັນ
- journal_book: ໜາຍເຖິງ ເລືອກປື້ມບັນຊີປະຈຳວັນ
- reference: ໜາຍເຖິງ ເລກອ້າງອີງ
- debit_code: ໜາຍເຖິງ ເລກລະຫັດບັນຊີໜີ້
- debit_name: ໜາຍເຖິງ ຊື່ເລກລະຫັດບັນຊີໜີ້
- credit_code: ໜາຍເຖິງ ເລກລະຫັດບັນຊີມີ
- credit_name: ໜາຍເຖິງ ຊື່ເລກລະຫັດບັນຊີມີ
- description_lo: ໜາຍເຖິງ ຄຳອະທິບາຍພາສາລາວ
- description_en: ໜາຍເຖິງ ຄຳອະທິບາຍພາສາອັງກິດ
- description_vi: ໜາຍເຖິງ ຄຳອະທິບາຍພາສາຫວຽດ
- currency_code: ໜາຍເຖິງ ສະກຸນເງີນ LAK, THB, USD
- currency_rate: ໜາຍເຖິງ ເລດເງີນ LAK:1, THB: 600, USD:20.000
- amount: ໜາຍເຖິງ ຈຳນວນເງິນ
- locked: ໜາຍເຖິງ ຖ້າຢາກລ໋ອກລາຍການນີ້ ໃສ່ YES ແລະ ຖ້າບໍ່ຕ້ອງການລ໋ອກລາຍການນີ້ໃສ່ NO
5. ຫຼັງຈາກຕື່ມຂໍ້ມູນໃສ່ແບບຟອມຕົວຢ່າງແລ້ວ ໃຫ້ອັບໂຫລດເຂົ້າສູ່ລະບົບ bansi.la ໂດຍ ກົດ Choose File
ແລ້ວກົດ ນຳເຂົ້າ ຖືວ່າສຳເລັດ