ສິນຄ້າ ແລະ ການບໍລິການ

ສິນຄ້າ ແລະ ການບໍລິການ

    ການເພີ່ມສິນຄ້າ ແລະ ການບໍລິການແມ່ນ ການເພີ່ມລາຍການທີ່ຈະຕິດພັນກັບການຊື້ ແລະ ຂາຍ

1. ກົດເມນູ ສາງ ແລ້ວກົດ ສິນຄ້າ ແລະ ການບໍລິການ


2. ກົດ ເພີ່ມສິນຄ້າໃໝ່ 


3. ລະບົບຈະສະແດງ ແບບຟອມໃຫ້ເພີ່ມຂໍ້ມູນ ສິນຄ້າ ແລະ ການບໍລິການ 


ໝາຍເຫດ: ຫ້ອງແບບຟອມທີ່ມີເຄື່ອງໝາຍ ( * ) ແມ່ນລະບົບບັງຄັບໃຫ້ໃສ່ຂໍ້ມູນ

  • ປະເພດ : ແມ່ນກຸ່ມຂອງສິນຄ້າ ແລະ ການບໍລິການນັ້ນໆ ທີ່ຈະຈັດແບ່ງສິນຄ້າແຕ່ລະປະເພດ 
  • ລະຫັດສິນຄ້າ :  ແມ່ນເລກບາໂຄດຂອງສິນຄ້າ ຖ້າບໍ່ມີສາມາດກຳນົດພາຍໃນໄດ້ 
  • ສິນຄ້າ/ການບໍລິການ : ໝາຍເຖິງ ຊະນິດຂອງລາຍຊື່ທີ່ເຮົາບັນທຶກແມ່ນລາຍການຊະນິດໃດ 
  • ສະກຸນເງິນ : ແມ່ນຕົວກຳນົດສະແດງມູນຄ່າ-ລາຄາ ຂອງການຊື້ຂາຍຕາມສະກຸນເງິນທີ່ກຳນົດໄວ້ 
  • ເລກລະຫັດບັນຊີ : ແມ່ນລະຫັດບັນຊີວິສາຫະກິດສິນຄ້າເປັນຕົວບັນທຶກບັນຊີເວລາມີການຊື້-ຂາຍ ສິນຄ້ານັ້ນ 
  • ລະຫັດໜີ້ : ໝາຍເຖິງເລກລະຫັດບັນຊີວິສາຫະກິດ ສຳລັບບັນທຶກລາຍຈ່າຍສິນຄ້າອອກສາງ 
  • ລະຫັດມີ : ໝາຍເຖິງເລກລະຫັດບັນຊີວິສາຫະກິດ ສໍຳລັບບັນທຶກລາຍຮັບຈາກການຂາຍສິນຄ້າ

4. ພາຍຫຼັງບັນທຶກ ສຳເລັດ ລະບົບຈະບັນທຶກລາຍຊື່ສິນຄ້າ ແລະ ການບໍລິການ


 



ຄຳຕອບນີ້ຊ່ວຍແກ້ບັນຫາເຈົ້າບໍ?