ຄູ່ມື ອມພ ( ລາຍຮັບ )

ຂັ້ນຕອນການອອກໃບ ອມພ

1. ກົດໃສ່ເມນູ ລາຍຮັບ ຈາກເມນູຂ້າງເທິງ ແລ້ວກົດໃສ່ ລາຍຮັບ

2. ຫຼັງຈາກນັ້ນກົດໃສ່ ພີ່ມລາຍຮັບໃໜ່


3. ລະບົບຈະສະແດງຫ້ອງໃຫ້ເພີ່ມ ວັນທີ, ບັນຊີ, ອັດຕາແລກປ່ຽນ ແລະ ປະເພດ


ໝາຍເຫດ: ຫ້ອງແບບຟອມທີ່ມີເຄື່ອງໝາຍ( ) ແມ່ນລະບົບບັງຄັບໃຫ້ໃສ່ຂໍ້ມູນ 

  • ວັນທີ: ໜາຍເຖິງ ເລືອກວັນທີທີ່ເຮົາຂາຍສິນຄ້າ ຫຼື ການບໍລິການ

  • ບັນຊີ: ໜາຍເຖິງ ບັນຊີທີ່ເລືອກໃຫ້ລາຍຮັບນັ້ນເຂົ້າບັນຊີໂຕໃດ

  • ຈຳນວນ: ໜາຍເຖິງ ຈຳນວນມູນຄ່າເງິນຂອງລາຍຮັບ

  • ປະເພດ: ໜາຍເຖິງ ກົດໃສ່ ຮູບ 3 ຫຼ່ຽມ ( ປະເພດຕາມທີ່ເຮົາຕ້ອງການ ຕົວຢ່າງ: ຂາຍການບໍລິການ ( ໃຫ້ເຮົາກົດໃສ່ຂາຍການບໍລິການອື່ນໆ )

    4. ກົດ ໃສ່ຂໍ້ມູນເພີ່ມເຕີມ... ເພື່ອເພີ່ມລາຍລະອຽດສິນຄ້າ ຫຼື ບໍລິການ


    • ລາຍການ: ໜາຍເຖິງ ເພີ່ມຊື່ລາຍການສິນຄ້າ ຫຼື ການບໍລິການ, ຖ້າມີລາຍການຍ່ອຍ ຫຼື ລາຍລະອຽດຕ່າງໆ ແມ່ນໃຫ້ພິມໃສ່ ຫ້ອງດ້ານລຸ່ມ, ກົດໃສ່ + ເພີ່ມ 

    • ຈຳນວນ: ໜາຍເຖິງ ຈຳນວນສິນຄ້າ ຫຼື ຈໍານວນການບໍລິການ ( ຖ້າຫົວໜ່ວຍບໍ່ມີໃຫ້ເຮົາເພີ່ມຢູ່ ເມນູສາງ =ຫົວໜ່ວຍ )

    • ລາຄາ: ໜາຍເຖິງ ລາຄາສິນຄ້າ ຫຼື ການບໍລິການຕໍ່ຫົວໜ່ວຍ 
    • ອາກອນ: ກົດເລືອກ ຍົກເວັ້ນອາກອນ ຫຼື  VAT  ຫຼື  X = ( ບໍ່ມີອາກອນ )

    ຫຼັງຈາກນັ້ນເລື່ອນລົງມາ ເພີ່ມຂໍ້ມູນ ລູກຄ້າ ແລະ ກົດບັນທຶກ


    • ລູກຄ້າ: ໝາຍເຖິງ ເພີ່ມຊື່ລູກຄ້າ ກົດໃສ່ຮູບ + ( ຫ້ອງສີຟ້າ ) ຈະມີບ່ອນເພີ່ມຂໍ້ມູນຂອງລູກຄ້າ
    • ອາກອນ: ໜາຍເຖິງ ອາກອນລວມໃບບິນ ຖ້າເຮົາກົດ VAT ຢູ່ເຖິງ ແລ້ວກໍບໍ່ຈຳເປັນຕ້ອງກົດ

    5. ວິທີເບີ່ງຕົວຢ່າງ ໃບເກັບ ເງິນອາກອນມູນຄ່າເພີ່ມ ໃຫ້ ກົດໃສ່ ຮູບ ຫຼ່ຽມ ແລ້ວ ກົດ ເບີ່ງຕົວຢ່າງ ( ເພື່ອເບີ່ງຕົວຢ່າງວ່າໃບ ອມພ ທີ່ເຮົາຈະສ້າງຖືກຕ້ອງແລ້ວບໍ, ຄົບຖ້ວນຕາມໂຕຈິງບໍ, ເພາະວ່າຖ້າສ້າງໄປແລ້ວ ແມ່ນບໍ່ສາມາດແກ້ໄຂໄດ້ )

    7. ກົດໃສ່ ສ້າງໃບເກັບເງິນອາກອນມູນຄ່າເພີ່ມ


    8. ລະບົບຈະຂື້ນມາເຕືອນ ໃຫ້ກົດໃສ່ OK ເພື່ອໃຫ້ລະບົບດຳເນີນການສ້າງໃບ ອມພ ໃຫ້

    9. ຫຼັງຈາກທີ່ສ້າງສຳເລັດ ວິທີ ພິມໃບດຽວ: ກົດ ພິມໃບເກັບເງິນອາກອນມູນຄ່າເພີ່ມ ໃບສີແດງ ໄວ້ໃຫ້ສໍາລູກຄ້າ)

      ວິທີພິມທັງໝົດ ໃບ : ກົດໃສ່ ຮູບ ຫຼ່ຽມ ແລ້ວ ກົດໃສ່ ໃບເກັບເງິນອາກອນມູນຄ່າເພີ່ມທັງໝົດ

    ຫຼັງຈາກນັ້ນ ເຮົາຈະໄດ້ ໃບອາກອນມູນຄ່າເພີ່ມ ດັ່ງນີ້:




    ຄຳຕອບນີ້ຊ່ວຍແກ້ບັນຫາເຈົ້າບໍ?