ການເບິ່ງລາຍງານ ໃບເກັບເງິນອາກອນມູນຄ່າເພີ່ມ
ລາຍງານ ແມ່ນບົດສະຫຼຸບລາຍການເຄື່ອນໄຫວຂອງໃບເກັບເງິນອາກອນມູນຄ່າເພີ່ມ ຂອງກິດຈະການທີ່ມີການບັນທຶກປະຈຳວັນໃນລາຍງານ ຕ່າງໆເຮົາສາມາດເບີ່ງ ແລະ ກວດສອບໄດ້ເປັນ ວັນ, ເດືອນ ຫຼື ປີ ຕາມຊ່ວງເວລາທີ່ເຮົາຕ້ອງການໃນການເກັບ
1. ກົດໃສ່ເມນູ ລາຍຮັບ ຈາກເມນູຂ້າງເທິງ ແລ້ວກົດໃສ່ ຕາຕະລາງ ສະຫຼຸບໃບເກັບເງິນ ອມພ ( ສົ້ນອອກ )
2. ສາມາດ ດາວໂຫລດ ຕາຕະລາງ ສະຫຼຸບໃບເກັບເງິນ ອມພ ເປັນ ພິມ PDF ຫຼື ດາວໂຫຼດ TaxRIS ເລືອກເວລາ ປີ, ເດືອນ, ໄລຍະເວລາ ທີ່ຕ້ອງການດາວໂຫຼດ
ໝາຍເຫດ: ຫ້ອງແບບຟອມທີ່ມີເຄື່ອງໝາຍ( * ) ແມ່ນລະບົບບັງຄັບໃຫ້ໃສ່ຂໍ້ມູນ
- ພິມ PDF: ໜາຍເຖິງ ພິມຕາຕະລາງສະຫຼຸບເປັນ PDF
- ດາວໂຫຼດ TaxRIS: ໜາຍເຖິງ ດາວໂຫຼດ ພິມຕາຕະລາງສະຫຼຸບເປັນ Excel ເພື່ອເອົາໄປວ່າງ ແລະ ແຈ້ງເສຍອາກອນ
- ປີ: ໝາຍເຖິງ ປີ ທີ່ເລືອກເບິ່ງສະຫຼຸບລາຍຮັບ
- ເດືອນ: ໝາຍເຖິງ ເດືອນ ທີ່ເລືອກເບິ່ງສະຫຼຸບລາຍຮັບ
- ໄລຍະເວລາ: ໜາຍເຖິງ ຊ່ວງໄລຍະ ວັນທີ ເດືອນ ປີ ທີ່ເລືອກເບິ່ງສະຫຼຸບ
- ຊ່ວງເວລາ: ເລືອກເບິ່ງສະຫຼຸບໃຫ້ສະແດງຕາມວັນທີ, ອາທິດ, ເດືອນ, ປີ ຫຼື ທັງໝົດ
ຫຼັງຈາກນັ້ນ ເຮົາຈະໄດ້ ໃບອາກອນມູນຄ່າເພີ່ມ ດັ່ງນີ້:
![](/uploads/image/file/213/Screen_Shot_2023-09-22_at_16.13.43.png)
![](/uploads/image/file/214/Screen_Shot_2023-09-22_at_16.17.28.png)
![](/uploads/image/file/213/Screen_Shot_2023-09-22_at_16.13.43.png)
![](/uploads/image/file/214/Screen_Shot_2023-09-22_at_16.17.28.png)