ການລົງບັນທຶກບັນຊີປະຈຳວັນ

ການລົງບັນທຶກບັນຊີປະຈໍາວັນທົ່ວໄປ


1. ໃຫ້ກົດໃສ່ເມນູ ການບັນຊີ ແລ້ວເລືອກ ບັນຊີປະຈຳວັນ


2. ແລ້ວກົດໃສ່ ເພີ່ມບັນຊີປະຈຳວັນໃໝ່


3. ປ້ອນຂໍ້ມູນເບື້ອງຕົ້ນ ກ່ອນທີ່ຈະບັນທຶກຈຳນວນ ໜີ້/ມີ ເຊັ່ນ: ວັນທີ, ຈຳນວນຂອງລາຍການ, ເລກທີອ້າງອີງ, ລາຍລະອຽດ ຫຼື ເອກະສານປະກອບການບັນທຶກນີ້


ໝາຍເຫດ: ຫ້ອງແບບຟອມທີ່ມີເຄື່ອງໝາຍ( ) ແມ່ນລະບົບບັງຄັບໃຫ້ໃສ່ຂໍ້ມູນ

  • ວັນທີ: ໜາຍເຖິງ ວັນທີ ເດືອນ ປີ ເປີດນໍາໃຊ້ປື້ມປະຈໍາວັນ
  • ການອ້າງອີງ: ໜາຍເຖິງ ເລກອ້າງອີງຂອງປື້ມປະຈໍາວັນ
  • ປື້ມບັນຊີ: ໜາຍເຖິງ ກໍລະນີມີປື້ມບັນຊີຫຼາຍຫົວໃຫ້ເລືອກ
  • ຈໍານວນ: ໜາຍເຖິງ ມູນຄ່າຈໍານວນເງິນຂອງປື້ມປະຈໍາວັນທີ່ລົງບັນທຶກລາຍການ
  • ລາຍລະອຽດ: ໜາຍເຖິງ ຄໍາອະທິບາຍຂອງປື້ມ
  • ເອກະສານຄັດຕິດ: ໜາຍເຖິງ ເພີ່ມຮູບຖ່າຍ, ເອກະສານທີ່ຕ້ອງການເພີ່ມໄວ້ໃນປື້ມບັນຊີ

4. ຫຼັງຈາກນັ້ນແມ່ນການບັນທຶກແບບບັນຊີຄູ່ ໜີ້/ມີ. ເລື່ອນລົງມາລຸ່ມສຸດຂອງໜ້າສະແດງຜົນແລ້ວກົດ ເພີ່ມ ເພື່ອເພີ່ມແຖວຂອງການບັນທຶກ ໜີ້/ມີ

    ປ້ອນຂໍ້ມູນຂອງບັນຊີປະຈຳວັນເຊັ່ນ: ລະຫັດ ໜີ້/ມີ, ລາຍລະອຽດ, ຈຳນວນ, ສະກຸນເງິນ ແລະ ອັດຕາ ແລກປ່ຽນ


  ຫຼື ເຮົາສາມາດປ່ຽນແບບ ຂອງການບັນທຶກ ໜີ້/ມີ ແບບຫຼາຍແຖວໄດ້ ໂດຍກົດໃສ່ປຸ່ມ ແບບບັນຊີຫຼາຍແຖວ ແລ້ວໃຫ້ເຮົາກົດເພີ່ມ, ຖ້າ ຢາກໃຫ້ໜີ້, ມີ ຫຼາຍແຖວ ກົດເພີ່ມ ໜີ້ / ມີ

  • ແບບບັນຊີຄູ່: ໜາຍເຖິງ ລົງບັນທຶກບັນຊີ ໜີ້ / ມີ ເປັນຄູ່
  • ແບບບັນຊີຫຼາຍແຖວ: ໜາຍເຖິງ ລົງບັນທຶກບັນຊີ ໜີ້ / ມີ ຂາດຽວ


ວິດີໂອ: https://youtu.be/ce6oMWIUTu0?si=GKIsqOW95lP-JGfs

<o:p></o:p>

ຄຳຕອບນີ້ຊ່ວຍແກ້ບັນຫາເຈົ້າບໍ?