ການເພີ່ມຜັງບັນຊີ ຫຼື ເລກລະຫັດບັນຊີ

ການເພີ່ມຜັງບັນຊີ ຫຼື ເລກລະຫັດບັນຊີ

ການເພີ່ມເລກລະຫັດບັນຊີໃໜ່ ແມ່ນການເພີ່ມຜັງບັນຊີ ຫຼື ເລກລະຫັດບັນຊີຍ່ອຍ ສຳລັບທຸລະກິດ

1. ໃຫ້ກົດໃສ່ເມນູ ການບັນຊີ ແລ້ວເລືອກ ເລກລະຫັດບັນຊີ

2. ຫຼັງຈາກນັ້ນກົດໃສ່ ເພີ່ມເລກລະຫັດບັນຊີໃໜ່


3. ປ້ອນຂໍ້ມູນ ຊື່ ແລະ ລະຫັດ, ຊະນິດ ຂອງເລກລະຫັດບັນຊີ ແລະ ກົດ ບັນທຶກ


ໝາຍເຫດ: ຫ້ອງແບບຟອມທີ່ມີເຄື່ອງໝາຍ( ) ແມ່ນລະບົບບັງຄັບໃຫ້ໃສ່ຂໍ້ມູນ

  • ຊື່ - ລາວ, ຊື່ - English, ຊື່ - Tiếng Vit : ໜາຍເຖິງ ຊື່ ຂອງເລກລະຫັດບັນຊີ ມີທັງ ພາສາລາວ, ພາສາອັງກິດ, ພາສາຫວຽດ
  • ລະຫັດ : ໜາຍເຖິງ ເລກລະຫັດບັນຊີ
  • ລະຫັດຫຼັກ : ໜາຍເຖິງ ເລກລະຫັດນໍາໜ້າຂອງເລກບັນຊີ
  • ຊະນິດ : ໜາຍເຖິງ 5 ໜວດບັນຊີ
  • ເປີດໃຊ້ງານ : ໜາຍເຖິງ ເປີດການໃຊ້ງານຂອງເລກລະຫັດບັນຊີ
  • ກຸ່ມ : ໜາຍເຖິງ ເລກລະຫັດບັນຊີ 60, 61, 62, 63, 64, 68 ແລະ 78 ແມ່ນຕ້ອງໄດ້ກຳນົດກຸ່ມ (ຂອດ) ແລະ ລະບົບຈະແຍກຕາມຂອດທີ່ກໍານົດໄວ້ ໃນເວລາສ້າງໃບລາຍງານ ຜົນການດໍາເນີນງານ





ຄຳຕອບນີ້ຊ່ວຍແກ້ບັນຫາເຈົ້າບໍ?